Welcome to my blogger my name is A-thith sengmany this is my first create and i want to show you about all bueatiful place in Laos https://aajungle.blogspot.com athithsmn@gmail.com

ແຫຼ່ງທ່ອງທ່ຽວ


ແຫຼ່ງທ່ອງທ່ຽວທີທ່ານຄວນຈະໄປຊົມເບີງຢູ່ໃນປະເທດລາວ


➤ ປະເທດລາວເປັນປະເທດທີຕັ້ງຢູ່ໃນພູມມີພາກອາຊີຕາເວັນອອກສຽງໃຕເຊິງຕັ້ງຢູ່ຈຸດໃຈກາງຂອງມະຫາສະໝຸດອິນດູຈີນ ປະເທດລາວມີເນື້ອທີລວມປະມານ 236,800 ຕາລາງກິໂລແມັດ ເປັນປະເທດທີອຸດົມສົມບູນທາງທຳມະຊາດ ມີປ່າໄມ້ ແລະ ຊັບພະຍາກອນທີ່ຫຼາກຫຼາຍ ມີແຫຼ່ງທ່ອງທ່ຽວທຳມະຊາດ ແລະ ທາງວັດທະນາທຳຫຼາຍແຫ່ງ


 1.  ບໍລິສັດອະນຸລັກຊີວະນາໆພັນ ( The gibbon experience )

ເປັນບໍລິສັດທຳອິດທີ່ຕັ້ງຢູ່ພາກເໜື່ອຂອງປະເທດລາວຢູ່ທີ ແຂວງ ບໍ່ແກ້ວ ເມືອງ ຫ້ວຍຊາຍ ບ້ານຫ້ວຍຊາຍໃຕ ບໍລິສັດນີມີຈຸດປະສົງເພື່ອອະນຸລັກທຳມະຊາດ ແລະ ສັດປ່າທຸກຊະນິດ ສົ່ງເສີມປະຊາຊົນທີ່ຢູ່ອ້ອມແຄ້ມປ່າສະຫ່ງວນເພື່ອໃຫ້ເຂົາເຈົ້າໄດ້ມີວຽກເຮັດທີ່ເປັນອາຊີບ ແລະ ບໍ່ໃຫ້ມີການລ່າສັດປ່າອີກຕໍ່ໄປ ບໍລິສັດອະນຸລັກຊີວະນາໆພັນ ມີສະຖານທີ່ທ່ອງທ່ຽວ 2 ຈຸດຄື່ ບ້ານ ຕູບ ແລະ ບ້ານນາຫຼວງ

  - ບ້ານ ຕູບ:  3ມື້ 2ຄືນ ການທ່ອງທ່ຽວຈະເປັນການໄປພັກຜ່ອນ ຂີ່ສາຍສະລິ່ງ ເບີ່ງທຳມະຊາດປ່າໄມ້ ແລະ ໂຕທະນີ, ລາຄ່າ 600,000 ກີບ/ຄົນ ສະເພາະຄົນລາວ ລາຄ່າແມ່ນລວມທັງອາຫານ ທີ່ພັກ ແລະ ການບໍລິການໃນການທ່ອງທ່ຽວ.

  - ບ້ານ ນາຫຼວງ: 2ມື້ 1ຄືນ ເປັນການທ່ອງທ່ຽວທີ່ໄປຂີ່ສາຍສະລິ່ງຫຼາຍເສັ້ນ ເບີງຕົ້ນໄມ້ໃຫ່ຍ ແລະ ເຮືອນຕົ້ນໄມ້ທີໃຫ່ຍທີ່ສຸດໃນໂລກສາມາດນອນໄດ້ 18 ຄົນໃນເຮືອນຫຼັງດຽວ ລາຄ່າ 450,000 ກີບ/ຄົນ ສະເພາະຄົນລາວ ລາຄ່າລວມທັງອາຫານ ທີ່ພັກ ແລະ ການບໍລິການໃນການທ່ອງທ່ຽວ






ຕົ້ນໄມ້ນີ້ມີຊື່ວ່າ ຕົ້ນໄມ້ຢາງ ມີຄວາມສູງລະດັບ 90 ແມັດ ກວ້າງ 12 ແມັດ ເຊິ່ງອາໄສຢູ່ເຂດປ່າສະຫງ່ວນແຫ່ງນ້ຳກ້ານ ທີ່ບ້ານນາຫຼວງ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ໃນປັດຈຸບັນ ເປັນຕົ້ນໄມ້ທີ່ປະຊາຊົນໄດ້ເຊື່ອຖື ແລະ ຕາມຮີດຄ້ອງ


ປະເພນີຂອງຊົ້ນເຜົ່າຕາມທີ່ເຂົາເຈົ້າເຄີຍເຮັດມານັ້ນເພື່ອບູສາກົກໄມ້ນີ້ ໃນມື້ທີເຮັດນັ້ນຈະຕ້ອງເປັນມື້ທີ່ສຳຄັນ ແລະ ມື້ດ່ຽວກັນກັບທຸກໆປີທີ່ເຄີຍເຮັດຜ່ານມາ  ນອກນັ້ນຍັງມີເຄື້ອງປະກອບຕ່າງໆທີ່ຈະເອົາເຮັດພິທີເຊັ່ນວ່າ: ໝູ,ເຫຼົ່າເຂົ້າໜ້ຽວ,ເຂົ້າໜົມ, ໝ້ຽງ,ຢ່າສູບ,ໃບຜູ ແລະ ອື່ນໆ ກົກໄມ້ນີ້ມີສິ່ງສັກສິດແທ້,  ມີພໍ່ເຖົ້າຄົນໜຶ່ງ ເຄີຍເລົ່າໃຫ້ຝັງວ່າຕອນທຳອິດທີ່ພົບເຫັນຕົ້ນໄມ້ນີ້ ແມ່ນຕົນເອງຍ່າງປ່າແລ້ວລົງທາງເປັນເວລາສາມມື້ຈາກນັ້ນຮູ້ສຶກວ່າຕົວເອງມາຍືນຢູ່ທີ່ຈຸດໜຶ່ງ ປະມານ15ນາທີ ຜ່ານໄປຈຶ່ງຮູ້ສຶກວ່າຕົວເອງມາຢືນຢູ່ແຄັມກົກໄມ້ໃຫ່ຍນີ້ ແລະ ພໍ່ເຖົ້າໄດ້ເວົ້າວ່າຕອນທີ່ລ້ຽວເຫັນກົກໄມ້ນັ້ນແມ່ນມີຄວາມແປກປະຫຼາດ ເພາະວ່າກົກໄມ້ນີ້ມີຄວາມສວຍງາມ ແລະ ສະອາດ ເມືອນກັບວ່າມີຄົນມາກວາດ ແລະ ອະນາໄມ້ໃບໄມ້ອອກຢູ່ພື້ນກ້ອງກົກໄມ້ນັ້ນຢູ່ຕະຫຼອດນອກຈາກນີ້ຍັງມີຄວາມພິເສດອີກຄື່ຈະມີຮັງເຜິ້ງອາໄສຢູ່ເປັນປະຈຳທຸກໆປີປະມານ50ປາຍກວ່າຮັງ.




Kogmaiyang

ພິທີການບູຊາ














1. ວັດຊຽງທອງ ( Wat xieng thong ).



ເລີ່ມຕົ້ນກັນທີ່ວັດຊຽງທອງສະຖານທີ່ທ່ອງທ່ຽວທີ່ຕ້ອງມາເມື່ອມາເຖິງຫຼວງພະບາງ ເປັນວັດທີ່ເກົ່າແກ່ ແລະ ສວຍງາມທີ່ສຸດຂອງເມືອງນີ້ ວັດຊຽງທອງເປັນວັດທີ່ເກົ່າແກ່ທີ່ສຸດຍຂອງແຂວງຫຼວງພະບາງມາຫຼາຍຮ້ອຍປີ ຖືກສ້າງຂື້ນໃນສະໃໝພະເຈົ້າໄຊຍະເສດຖາທິລາດ ພາຍໃນອຸໂບສົດວິຫານ ແລະ ອາຄານຕ່າງໆພາຍໃນວັດຈະຕົກແຕ່ງຢ່າງສວຍງາມແລະຫຼາກຫຼາຍດ້ວຍລວດລາຍແກະສະຫລັກຕ່າງໆຖືເປັນອີກຢ່າງໜື່ງໃນສະຖາປັດຕະຍະກຳລາວລ້ານຊ້າງ.

ຄ່າເຂົ້າຊົມວັດຊຽງທອງ:20,000 ກີບ ຫຼືປະມານ 80 ບາດເງິນໄທ

ເວລາເປີດ:6:00-17:30 ນາທີ








2. ນ້ຳຕົກຕາດກວາງສີ ( Kaung si waterfall ).



ນ້ຳຕົກຕາດຫີນປູນສູງ4 ຊັ້ນ ຫຼືປະມານ 70 ແມັດ ນ້ຳຕົກ ແລະ ແອ່ງນ້ຳສີຂຽວມໍລະກົດຖືກລາຍລ້ອມດ້ວຍປ່າໄມ້ເປັນອີກສະຖານທີ່ທ່ອງທ່ຽວທ່າງທຳມະຊາດຍອດນິຍົມທາງຫຼວງພະບາງ ໃຊ້ເວລາເດີນທາງໄປສູ່ນ້ຳຕົກຕາດກວາງສີປະມານ 45ນາທີ ທີ່ມີກິດຈະກຳໃຫ້ເຮັດຫຼາຍຢ່າງໃຜຢາກຫຼິ້ນນ້ຳກໍ່ມີ່ຫ້ອງນ້ຳໄວ້ໃຫ້ປ່ຽນເສື້ອຜ້າໄວ້ບໍລິການນ້ຳຕົກຕາດກວາງສີມີສະພານແລະເສັ້ນທາງຍ່າງຊົມວິວອີກດ້ວຍ.

ຄ່າເຂົ້າຊົມ 10,000 ກີບ(ປະມານ 40 ບາດເງິນໄທ)

ເວລາເປີດ 6:00-17:30 ນາທີ












3.ທົ່ງໄຫຫີນ ( Plain of jars).

ທົ່ງໄຫຫີນຢູ່ທີ່ເມືອງໂພສະຫວັນ ແຂວງຊຽງຂວາງເປັນແຫລ່ງທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳທີ່ສຳຄັນຂອງລາວເຮົາພາຍໃນໄຫບາງໄຫພົບໂຄ້ງກະດູກຂອງມະນຸດ ແລະ ບາງໄຫພົບລູກປັກດຈາກຈີນ ເຄື່ອງປະດັບຊົນເຜົ່າແລະຮູບສຳເລັດເຊີ່ງຕອນນີ້ຍັງບໍ່ມີໃຜຮູ້ທີ່ມາທີ່ໄປທີ່ແນ່ຊັດຂອງຫີນເລົ່ານັ້ນແຕ່ຖືເປັນສະຖານທີ່ທ່ອງທ່ຽວແຫ່ງໜື່ງທີ່ບໍຄວນພາດ
ແລະນັ້ນກໍ່ແມ່ນບາງສະຖານທີ່ທ່ອງທ່ຽວທາງພາກເໜືອເທົ່ານັ້ນແລະຕໍ່ໄປເຮົາມາຮູ້ຈັກບ່າງສະຖານທີ່ທ່ອງທ່ຽວທາງພາກກາງຂອງລາວເຮົາເຮົາມາເລີ່ທີ່










4.ພະທາດຫຼວງ ( Pha That Luang ).

ພະທາດຫຼວງຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງປະຕູໄຊຫາກໄປທ່ຽວວຽງຈັນຕ້ອງບໍ່ພາດໄປທ່ຽວຊົມພະທາດຫຼວງຫຼືອີກຊື່ວ່າພະທາດຫຼວງປູ່ຍະນິສະຖານອັນສຳຄັນອາຍຸນັບພັນປີທີ່ມີຄຸນຄ່າທາງປະວັດສາດສິລະປະວັດທະນາທຳຂອງລາວ
    ຄ່າເຂົ້າເບິ່ງ 5 000 ກີບ , 20 ບາດ

    ເວລາເປິດ - ປິດ 8:00 - 17:00













5.ປະຕູໄຊ ( Pa tou xay ).

       ປະຕູໄຊຂອງນະຄອນຫຼວງວຽງຈັນເປັນອະນຸສັນສະຖານເພື່ອລະລືກເຖິ່ງປະຊາຊົນລາວຜູ້ເສຍສະຫຼະຊີວິດໃນສົງຄາມກ່ອນໜ້າການປະຕິວັດພັກຄອມມຸນິດລັກສະນະສະຖາປັດກຳໄດ້ຮັບອິດທິພົນຂອງປະຕູໄຊໃນປາລີດປະເທດຝັ່ຮງເສດບໍລິເວນໂດຍມີສະຖານທີ່ຈັດການສະແດງນ້ຳພຸປະກອບດົນຕີ
       ຄ່າເຂົ້າເບິ່ງ 2 000 ກີບ , 10 ບາດ

       ເວລາເປີດ - ປິດ 8:00 - 17:00













6 ແມ່ນໍ້າຊອງ (  Mekong river ).

ວັງວຽງເປັນເມືອງທີ່ອອ້ອມຮອບໄປດ້ວຍທໍາມະຊາດ ມີທັງພູເຂົານ້ອຍ ແລະ ໃຫຍ່ ແມ່ນໍ້າທີ່ໄຫຼຜ່ານເມືອງມີທີວທັດທໍາມະຊາດທີ່ສວຍງາມຈົນໄດ້ຮັບຊື່ວ່າ:ກຸ້ຍຫຼິນເມືອງລາວແມ່ນໍ້າສາຍສໍາຄັນຂອງເມືອງນີ້ຄືແມ່ນໍ້າຊອງເຊິ່ງເປັນໜື່ງໃນຈຸດທ່ອງທ່ຽວຍອດນິຍົມຂອງເມືອງມີກິດຈະກໍາທາງນໍ້າໃຫ້ເຮັດຫຼາຍຢ່າງເຊັ່ນ:ພາຍເຮືອ, ຄາຍັກ, ລ່ອງຣຫ່ວງຢາງເປັນກິດຈະກໍາທີ່ເຮັດໃຫ້ເຮົາສາມາດຊົມວີວນໍ້າຊອງ
















 7. ຖໍ້າກອງລໍ ( Tam Kong Lor )

         ຖໍ້າກອງລໍເປັນໜື່ງໃນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ສວຍງາມຂອງລາວ ແລະ ຍັງເປັນສະຖານທີ່ທ່ອງທ່ຽວຂອງ ຄໍາມ່ວນ ຖໍ້າລອດຄວາມຍາວປະມານກ່ວາ7ກິໂລແມັດ ມີນັກທ່ອງທ່ຽວມາທ່ຽວຊົມບໍ່ຂາດສາຍ ໂດຍສະເພາະແມ່ນວັນຢຸດຄົນຈະຫຼາຍເປັນພິເສດ ນັກທ່ອງທ່ຽວສາມາດນັ່ງເຮືອຮັບຈ້າງຈາກປາກຖໍ້າທະລຸໄປອີກຟາກຂອງຖໍ້າໄດ້ ລະວ່າງທາງຈະມີຈຸດໃຫ້ແວ່ຊົມຄວາມສວຍງາມຂອງໂພງຖໍ້າທີ່ມີຫີນງອກຫີນຍ່ອຍ ຄ່າເຮືອເຂົ້າຖ້ຳປະມານ 1 ແສນກີບກຳນົດໃຫ້ຂີ່ບໍ່ເກີນ 3 ຄົນ. ຄ່າພັກໃນບ້ານປະຊາຊົນປະມານ 50.000 ກີບຕໍ່ຄົນລວມຄາບເຂົ້າ ແລງ, ເຂົ້າເຊົ້າ ແລະ ມິດໄມຕີຂອງຊາວບ້ານ. ນອກນັ້ນຍັງມີບ້ານພັກພ້ອມດ້ວຍຮ້ານອາຫານຈຳນວນຫຼາຍຫຼັງໄວ້ຕ້ອນຮັບແຂກຜູ້ມາຢ້ຽມຊົມອິກດ້ວຍ.











8. ນໍ້າຕົກຄອນພະເພັງ ( Khone Pha pheng waterfall ).

ນໍ້າຕົກຄອນພະເພັງເປັນນໍ້າຕົກທີ່ມີຂະໜາດໃຫຍ່ທີ່ສຸດຂອງແມ່ນໍ້າຂອງຍັງເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມແຫ່ງໜື່ງຂອງປະເທດລາວໃຜມາທ່ຽວລາວໃຕ້ຕ້ອງໄດ້ໄປຊົມຄວາມຍິ່ງໃຫຍ່ຂອງນໍ້າຕົກຄອນພະເພັງບໍລິເວນທີ່ກະແສນໍ້າໄຫຼລົງມາລວມຕົວກັນຈະເຫັນພາບນໍ້າອັນຍິ່ງໃຫຍ່ ແລະ ຊັດເຈນທີ່ສຸດຫາກເຫັນພາບລະອອງນໍ້າສີຂາວ ຊັດໂງດຫີນໃຫ້ຫຼີກລ້ຽງໄປທ່ຽວຊ່ວງໜ້າຝົນ ເພາະວ່າໜ້າຝົນນໍ້າຈະປ່ຽນສີເປັນສີສົ້ມແດງ
     ຄ່າເຂົ້າເບິ່ງ55,000ກີບ

     ເວລາປິດ-ເປີດ 8:00- 17:00










9. ວັດພູຈໍາປາສັກ ( Wat phu ).

ວັດພູຈໍາປາສັກໄດ້ຂື້ນທະບຽນເປັນມໍລະດົກໂລກແຫ່ງທີ່2 ຂອງປະເທດລາວ ຫີນທີ່ເກົ່າແກ່ເປັນບູຮານສະຖານທີ່ຕັ້ງເດັ່ນເນີ້ນພູທີ່ເຄີຍເປັນສະຖານທີ່ສັກສິດ ແລະ ແຫຼ່ງອະຍະທໍາບູຮານເຖີງ 3 ສະໄໜຄື:ອານາຈັກເຈນລະ,ອານາຈັກຂອມ ແລະ ອານາຈັກລ້ານສ້າງ
      ຄ່າເຂົ້າເບິ່ງ 50,000ກີບ

      ເວລາເປີດ- ປິດ 8:00- 17:00












10. ແກ່ວງຫຼີ່ພິ ( Kang Lee Pi ).  

     ແກ່ວງຫຼີພີເປັກອີກສະຖານທີ່ທ່ອງທ່ຽວຍອດຮິດໃນລາວໃຕ້ນໍ້າຕົກຕາດຕັ້ງຢູ່ໃນດອນຄອນບໍ່ໄກຈາກຄອນພະເພງສ່ວນທີ່ເໝາະສົມແກ່ການທ່ຽວຊົມຄືຊ່ວງກັນຍາ-ທັນວາເພາະຈະໄດ້ເຫັນພາບສາຍນໍ້າຈຳນວນຫຼາຍໄຫຼຜ່ານໂງ່ນຫຼີນລົງມາຈົນແຕກເປັນລະອອງສີຂາວໄປທົ່ວແກ່ວງ
    ຄ່າເຂົ້າເບິ່ງ 35 000 ກີບ

     ເວລາເປິດ-ປິດ 8:00 - 17:00










ไม่มีความคิดเห็น:

แสดงความคิดเห็น